Episodes
ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ...
Published 08/13/21
Published 08/13/21
LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
Published 07/30/21
Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ,...
Published 07/16/21
ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້ ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ...
Published 03/05/21
ຄະດີທີ່ພວກເຮົາຈະນຳສະເຫນີໃນມື້ນີ້ ຕ້ອງບອກວ່າເປັນນຶ່ງໃນຄະດີທີ່ຫົດຫູ່ ແລະຫນ້າເສົ້າໃຈ ກັບເຫດການຂອງຍິງສາວຄົນນຶ່ງ ທີ່ຖືກຈັບໂຕໄປຂັງໄວ້ໃນກ່ອງໄມ້ ແລະຖືກຂົ່ມຂື່ນຊ້ຳແລ້ວຊ້ຳອີກ ເປັນເວລາດົນເຖິງ 7 ປີ ຄະດີນີ້ເປັນນຶ່ງໃນຄະດີໂດ່ງດັງຈົນມີການນຳໄປສ້າງເປັນສາລະຄະດີຫລາຍຄັ້ງ ແລະຍັງຖືກຮໍລີວູດນຳໄປສ້າງເປັນຫນັງອອກມາອີກໃນຊື່ເລື່ອງວ່າ Girl in the box ຄະດີນີ້ມີທີ່ໄປທີ່ມາແນວໃດ ເຫດການລະອຽດເປັນແນວໃດ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ. ທ່ານສາມາດຕິດຕາມ Lao X Files Podcast...
Published 02/26/21
Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ. ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ...
Published 01/29/21
Lao X Files Ep09 ຈະພາທ່ານໄປຟັງຄະດີ ຂ່າວຮ້າຍວົງການບິນ ກັບເຫດການຍົນຕົກຢູ່ປະເທດອິນໂດເນເຊຍ ທີ່ຖືວ່າເປັນເຫດການຄັ້ງໃຫຍ່ ແລະເປັນບົດຮຽນໃຫ້ແກ່ວົງການການບິນ ເຫດການນຶງເລີຍກໍວ່າໄດ້ . ເຊິ່ງເຫດການທີ່ຈະຍົກມານີ້ແມ່ນອຸບັດຕິເຫດຂອງຍົນສາຍການບິນຝຣັ່ງ AF447 ທີ່ອອກເດີນທາງຈາກ ເມື່ອງຫລວງ ຣີໂອເເດີຈາເນໂຣ ຈາກປະເທດບຣາຊິລ ໄປສູ່ເມືອງປາຣີ ປະເທດຝຣັ່ງ ເຊິ່ງຕ້ອງບິນເປັນໄລຍະທາງ 11 ຊົ່ວໂມງ ແຕ່ກໍເກີດເຫດບໍ່ຄາດຝັນ ເມື່ອຍົນຕົກລົງສູ່ກາງມະຫາສິຫມຸດແອັດແລນຕິກ ເຮັດໃຫ້ມີຜູ່ເສຍຊີວິດທັງຫມົດ 228 ຄົນ ຈາກ 32 ປະເທດ...
Published 01/22/21
Lao X Files ໃນຕອນນີ້ຈະພາໄປຟັງເຫດການເມືອ 13ປີກ່ອນທີ່ປະເທດຍີ່ປຸ່ນ ປະມານ 9ໂມງແລງ ຂະນະທີ່ຕຳຫລວດກຳລັງຈະເຂົ້າກວດສອບ ທີ່ພັກອາໄສຂອງຜູ່ຕ້ອງຫາຄະດີລາຍນຶ່ງ ທີ່ມີການສືບສວນຈົນຮູ້ໂຕ ຕຳຫລວດກໍພົບເຫັນຊາຍຄົນນຶ່ງ ແລ່ນສວນອອກມາ ແລະແລ່ນຫນີຫາຍໂຕໄປຢ່າງວ່ອງໄວ ຕໍ່ຫນ້າຕໍ່ຕາຕຳຫລວດ 6 ຄົນ. ຊາຍຄົນນັ້ນຄືເຈົ້າຂອງສະຖານທີ່ ທີ່ຕຳຫລວດກຳລັງຈະເຂົ້າໄປກວດສອບ ດ້ວຍຂໍ້ຫາຄາຕະກຳ ພາຍຫລັງຕຳຫລວດເຂົ້າກວດສອບເຮືອນຂອງຜູ່ກ່ຽວ ກໍພົບເກີບຜູ້ຍິງ ແລະເສັ້ນຜົມຜູ່ຍິງ ຢູ່ລະບຽງຫ້ອງມີອ່າງອາບນ້ຳເກົ່າ ທີ່ເຕັມໄປດ້ວຍຂີ້ດິນ ເມື່ອຂຸດດິນອອກ...
Published 01/15/21
Lao X Files ໃນຕອນນີ້ຈະພາເຫດການເກີດຂຶ້ນໃນປີ 2020 ໄລຍະນັ້ນເປັນຊ່ວງທີ່ຫລາຍໆເຂດທົ່ວໂລກ ມີການ Lock down ຍ້ອນສະຖານະການພະຍາດ ໂຄວິດ-19 ນຶ່ງໃນການແກ້ເຊັງຂອງໄວຫນຸ່ມບາງກຸ່ມແມ່ນການຫລິ້ນແອັບ TikTok ແລະມີການເຮັດ Challege ກັນຜ່ານ TikTok ໂດຍການໃຫ້ໄປຫລິ້ນການລ່າສົມບັດຜ່ານແອັບທີ່ຊື່ວ່າ Randonautica ເຊິ່ງເປັນແອັບທີ່ ມັນຈະສຸ່ມສະຖານທີ່ຈາກແຜນທີ່ຂຶ້ນມາໃຫ້ມົ້ວໆ ເພື່ອໃຫ້ຄົນຫລິ້ນໄດ້ອອກໄປຄົ້ນຫາສະຖານທີ່ດັ່ງກ່າວ. ຄ້າຍໆເກມ Pokemon Go ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube...
Published 01/08/21
Lao X Files ໃນຕອນນີ້ຈະພາຍ້ອນອາດີດ ກັບໄປຮູ້ຈັກນຶ່ງໃນຄາດຕະກອນຕໍ່ເນື່ອງຊື່ດັງ ທີ່ຍັງບໍ່ສາມາດຈັບໂຕໄດ້ ແລະມີສາຍານາມວ່າ Zodiac Killer ທີ່ນອກຈາກລົງມືສັງຫານຄົນໄປຫລາຍເຖິງ 37 ຄົນ ແລະມັກສົ່ງຈົດຫມາຍປິດສະຫນາ ມາທ້າທາຍຕຳຫລວດນັບຄັ້ງບໍ່ຖ້ວນ ແລະຫລ້າສຸດໃນທ້າຍປີ 2020 ຜ່ານມາແລ້ວ 51 ປີນຶ່ງໃນຈົດຫມາຍປິດສະຫນາ ທີ່ Zodiac Killer ຖິ້ມໄວ້ ຫາກໍມີຄົນໃຊ້ຄອມພິວເຕີ ຖອດຂໍ້ຄວາມອອກມາໄດ້ ຂໍ້ຄວາມນັ້ນແມ່ນຫຍັງ ແລະ Zodiac Killer ແມ່ນໃຜ ຕິດຕາມໄດ້ໃນ Lao X Files ຕອນ Zodiac Killer ທ່ານສາມາດຕິດຕາມ Lao X Files Podcast...
Published 01/01/21
Lao X Files ຕອນນີ້ພາໄປຕິດຕາມຄະດີຄາດຕະກຳທີ່ມີບຸກຄົນມີຊື່ສຽງເຂົ້າມາກ່ຽວຂ້ອງ ເຮັດໃຫ້ເປັນນຶ່ງໃນຄະດີແຫ່ງປະຫວັດສາດທີ່ມີຄົນຕິດຕາມຫລາຍທີ່ສຸດໃນໂລກ ມີການຖ່າຍທອດສົດ ແລະມີການເກັບສະຖິຕິວ່າມີຄົນຕິດຕາມການ ຖ່າຍທອດສົດຂອງຄະດີນີ້ ຫລາຍເຖິງ 95 ລ້ານຄົນ ...
Published 12/25/20
Lao X File EP04 ໄປພົບກັບເຫດການອຸປະທານຫມູ່ (mass hysteria) ການເກີດອຸປະທານຫມູ່ ມັກມີແນວຄຶດແບບດຽວກັນ, ມີອາການສະແດງອອກຄ້າຍຄືກັນ ເຊັ່ນ ...
Published 12/18/20
Lao X File EP03 ໄປພົບກັບມະນຸດກິນຄົນ ທີ່ເລື່ອງລາວບໍ່ທຳມະດາ ເພາະຄາດຕະກອນລາຍນີ້ມີຄວາມຄຶດຢາກຊີມຊີ້ນຄົນແຕ່ຍັງນ້ອຍ ແລະນອກຈາກເປັນມະນຸດກິນຄົນແລ້ວ ຍັງກາຍມາເປັນຄົນດັງໃນສັງຄົມ ເລື່ອງລາວເປັນມາແນວໃດ ເປັນຫຍັງຈຶ່ງຖືກເອີ້ນວ່າ ...
Published 12/11/20
Lao X File EP02 ຈະພາທ່ານໄປຟັງຄະດີ ຄາດຕະກຳໃນເຮືອນແບບປິດສະຫນາ ເພາະບໍ່ມີຮ່ອງຮອຍການງັດແງະ ຫລືຮ່ອງຮອຍຂອງຄົນຮ້າຍເລີຍ ເບິ່ງຄືວ່າຄະດີນີ້ຈະກ່ຽວຂ້ອງກັບເລື່ອງເລິກລັບ ຊ້ຳຮ້າຍກວ່ານັ້ນ ເມື່ອເວລາຜ່ານໄປ ...
Published 11/27/20
Lao X Files EP01 : ການຫາຍໂຕໄປຢ່າງປິດສະໜາຂອງສາວຜົມສີນ້ຳຕານLao X Files ຕອນທຳອິດນີ້ ຍົກເອົາຄະດີທີ່ເກີດຂຶ້ນຢູ່ ສະຫະລັດອາເມຣິກາ ...
Published 11/11/20