LaoXFiles Ep10 ແຜນຊ້ອນແຜນ
Listen now
Description
Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ. ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ ເມື່ອຕຳຫລວດແຈ້ງວ່າ ມີຄົນໄດ້ຍິນສຽງປືນໃນເຮືອນເຈົ້າແລ້ວແຈ້ງຕຳຫລວດ ຕຳຫລວດຈຶ່ງເຂົ້າກວດສອບແລະພົບວ່າຜົວຂອງເຈົ້າຖືກຂ້າຍິງເສຍຊີວິດແລ້ວ ແລ້ວໃຜເປັນຄົນຂ້າເກີດຫຍັງຂຶ້ນກັບຜົວຂອງລາວ ມາຕິດຕາມກັນໄດ້ໃນ Lao X Files EP10: ແຜນຊ້ອນແຜນ ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
More Episodes
Published 08/13/21
ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ,...
Published 08/13/21
LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
Published 07/30/21