LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ
Listen now
Description
ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້ ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ ລາວຄົນນີ້ຊື່ວ່າ Edmund Kemper ເລື່ອງລາວຂອງຄາດຕະກອນລາຍນີ້ ຖືກນຳໄປສ້າງເປັນຊີຣີກຶ່ງສາລະຄະດີເລື່ອງ Mindhunter ຂອງທາງ Netflix ໃຜສົນໃຈໄປຊອກເບິ່ງໄດ້ ແລະໃນມື້ນີ້ເຮົາຈະມາຮູ້ຈັກເລື່ອງຂອງລາວກັນໃນ Lao X File ເປີດແຟ້ມເລື່ອງເລິກລັບຕອນ ອັດສະລິຍະຜູ່ຫລົງໄຫລໃນການຂ້າ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ອັດສະລິຍະຜູ່ຫລົງໄຫລໃນການຂ້າ Edmund Kemper Youtube: https://youtu.be/_V-ONhFWnsg ແລະ ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
More Episodes
ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ,...
Published 08/13/21
Published 08/13/21
LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
Published 07/30/21