ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6
Listen now
Description
ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ . ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ . ຮ່ວມຄົ້ນຫາຄວາມໝາຍຂອງຄຳສັນຍາ ເມື່ອເຮົາບໍ່ອາດຂັດຂວາງການປ່ຽນແປງຂອງຊີວິດໄດ້ ແລະຄວາມຄິດຮອດເປັນພຽງສິ່ງດຽວທີ່ເຮັດໄດ້ໃນຍາມຄອງຄອຍໃຜຈັກຄົນໃຫ້ກັບມາ Readອີ່ຫຼີ EP.6 | ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ
More Episodes
Published 04/01/21
ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ . ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version...
Published 04/01/21
“Home Away From Home” . ບັນທຶກການກ້າວອອກນອກປະເທດຄັ້ງທຳອິດຂອງ “ກັອດ” ນັກເດີນທາງກັບບ້ານມືອາຊີບ ທີ່ບໍ່ເຄີຍຂ້າມຜ່ານ comfort zone ສູ່ເກົາຫຼີໃຕ້ - ປະເທດທີ່ໄປເທື່ອໃດ ໄດ້ຄວາມຊົງຈຳມາໃໝ່ຕະຫຼອດ . ຄົນແປກໜ້າແລະບົດສົນທະນາທີ່ຫຼາກຣົດນຳມາສູ່ຄວາມຊົງຈຳດີໆທີ່ກໍ່ໃຫ້ເກີດຄວາມຜູກພັນ...
Published 03/11/21