Episodes
1.| ຂ່າວທີ່ໜ້າສົນໃຈ: (1) ໂຄງການຂຸດຄົ້ນແຮ່ທາດຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ. (2) ສະມາຊິກ ພີເອສ (PS) ຈຳນວນນຶ່ງບໍ່ເຫັນດີປະກັນຜູ້ບໍຣິຫານອອກມາ. 2.| ສາຣະຄະດີ: ຄົນງານປະມົງລາວ ທີ່ກັບມາຈາກມາເລເຊັຽ ໃນທ້າຍປີ 2020 ຫາຕົ້ນປີ 2021 ນີ້ ມາຮອດປັດຈຸບັນ ຈໍານວນ 617 ຄົນ ໄດ້ເດີນທາງກັບໄປເຮັດວຽກ ຢູ່ມາເລເຊັຽອີກ ຍ້ອນມີຫຼາຍເຫດຜົນທີ່ຕ້ອງໄດ້ກັບໄປ ເຖິງແມ່ນວ່າ ເຊື້ອໂຄວິດ-19 ຈະຍັງຣະບາດຢູ່ກໍຕາມ.
Published 11/03/21
1.| ຂ່າວທີ່ໜ້າສົນໃຈ: (1) ຣັຖບານລາວ ຍັງສືບຕໍ່ລ໊ອກດາວຕື່ມອີກ 15 ມື້ ຂະນະທີ່ ຊາວບ້ານແລະບັນດາຊາວພໍ່ຄ້າແມ່ຄ້າ ທໍາມາຫາກິນຫຍຸ້ງຍາກ ແລະຣັຖບານ ກໍຍັງບໍ່ມີແນວທາງຊ່ອຍເຫຼືອ. (2) ນາຍົກຣັຖມົນຕຣີລາວ ເວົ້າຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ຣັຖບານຈະຊອກຫາເງິນ ງົບປະມານເພື່ອຟື້ນຟູເສຖກິດ ແລະໃຊ້ໜີ້. 2.| ສາຣະຄະດີ: ປະຊາຊົນ ຂໍໃຫ້ຣັຖບານ ຢ່າໃຊ້ມາຕການປະຄອງ ເພາະມັນເຮັດໃຫ້ການຫາກິນລຳບາກ. ຖ້າມີການຕິດເຊື້ອ ກໍສັ່ງປິດ ຖ້າຫຼຸດຜ່ອນກໍສັ່ງເປີດ ມັນເອົາຄວາມແນ່ນອນບໍ່ໄດ້ ມັນມີຄວາມສ່ຽງ.
Published 11/02/21
1.| ຂ່າວທີ່ໜ້າສົນໃຈ: (1) ປະຊາຊົນລາວຈໍານວນຫຼວງຫຼາຍ ຍັງບໍ່ເຊື່ອລະບົບສານຂອງລາວ. (2) ຊາວເມືອງຊຳເໜືອ 600 ຄອບຄົວຈະໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າຖ່ານຫີນຂອງຈີນ. 2.| ສາຣະຄະດີ: ສຳນັກງານຊັພຍາກອນ ແຫ່ງປະເທດໄທຍສເນີ ໃຫ້ຣັຖບານໄທຍ ບໍ່ຊື້ໄຟຟ້າຈາກເຂື່ອນຊະນະຄາມ ເພາະເຂື່ອນດັ່ງກ່າວ ຈະສົ່ງຜົລກະທົບຕໍ່ແມ່ນ້ຳຂອງ, ສິ່ງແວດລ້ອມ, ແລະ ຊີວິດການເປັນ ຢູ່ຂອງປະຊາຊົນ.
Published 10/30/21
1.| ຂ່າວທີ່ໜ້າສົນໃຈ: (1). ສວນກ້ວຍຈີນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ມີການໃຊ້ແຮງງານເດັກນ້ອຍ ຕໍ່າກວ່າ 18 ປີ ປະມານ 100 ຄົນ. (2) ຊາວບ້ານ ບ້ານກິ່ວງິ້ວ ທີ່ຖືກໂຍກຍ້າຍ ຫຼີກທາງໃຫ້ໂຄງການໂຮງໄຟຟ້າຫົງສາ ກັງວົນໃຈ ບໍ່ມີດິນທຳການກະເສຕ 2.| ສາຣະຄະດີ: ນັກ​ຄ້າ​ຢາ​ເສບ​ຕິດຣາຍໃຫຍ່ ຢູ່​ປະ​ເທດ​ລາວ ບາງ​ຄົນ​ຖືກ​ຈັບ​ໄດ້ຫຼາຍ​ປີ​ແລ້ວ, ແຕ່ຍັງ​ບໍ່​ຖືກ​ສົ່ງ​ຂຶ້ນ​ສານ​ຕັ​ດ​ສິນ.
Published 10/29/21
1.| ຂ່າວທີ່ໜ້າສົນໃຈ: (1). ໂຄງການພັທນາ ຢູ່ເມືອງພູວົງ ແຂວງອັດຕະປື ຕ້ອງໄດ້ບຸກເບີກ ເນື້ອທີ່ປ່າໄມ້ ແລະ ຈະເຮັດໃຫ້ປ່າໄມ້ ໄດ້ຮັບຄວາມເສັຽຫາຍ. (2). ນໍ້າຖ້ວມ ແລະພັຍແຫ້ງແລ້ງຢູ່ຫຼາຍແຂວງຂອງລາວ ເຮັດໃຫ້ເຂົ້າກິນບໍ່ພຽງພໍ 2.| ສາຣະຄະດີ: ຣົດຂົນສົ່ງລາວ ຈຳຍອມປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ຕ້ອງໄດ້ປ່ຽນໂຊເຟີຢູ່ຫຼັກໝາຍກຳນົດ, ເສັຍຄ່າທຳນຽມ ແລະ ມີຄວາມສ່ຽງທີ່ຣົດເປ່ເພ ເພາະຜ່ານມາເຫດການ ນີ້ໄດ້ສ້າງຜົລກະທົບ ໃຫ້ຣົດຂົນສົ່ງລາວທັງຣົດເພ ທັງຂາດທືນ.
Published 10/28/21
1.| ຂ່າວທີ່ໜ້າສົນໃຈ: (1) ພະນັກງານຣັຖກອນ ສເນີປັບຂຶ້ນເງິນເດືອນ ຍ້ອນຄ່າຄອງຊີບແພງຂຶ້ນຫຼາຍ. (2) ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດ-19 ໃນຊຸມຊົນຍັງເພີ່ມຂື້ນ ສວັນນະເຂດຜ່ອນລົງ. 2.| ສາຣະຄະດີ: ກະຊວງສຶກສາທິການແລະກິລາ ເອົາບົດຮຽນການຄ້າມະນຸດ ເຂົ້າໃນຫຼັກສູດການສຶກສາຊັ້ນປະຖົມ.
Published 10/27/21
1.| ຂ່າວທີ່ໜ້າສົນໃຈ: (1) ການຄຸ້ມຄອງຄວາມປອດພັຍ ຕາມແລວທາງຣົດໄຟ ລາວ-ຈີນ ຍັງມີສິ່ງທ້າທາຍຢູ່ (2) ລາຍຮັບຈາກການທ່ອງທ່ຽວ ຫຼຸດລົງ 80 ສ່ວນຮ້ອຍ. 2.| ສາຣະຄະດີ: ເຖິງວ່າການປະທ້ວງ ຂອງນັກສຶກສາລາວເມື່ອວັນທີ່ 26 ຕຸລາ 1999 ທີ່ນະຄອນຫຼວງວຽງຈັນ ໄດ້ລ່ວງເລີຍມາໄດ້ 22 ປີແລ້ວ ແຕ່ຫຼາຍຄົນ ກໍຍັງຈື່ຈໍາໄດ້ດີ ແລະກໍທວງໃຫ້ທາງການລາວ ປ່ຽນແປງການປົກຄອງຈາກຣະບອບຜະເດັດການ ໄປສູ່ປະຊາທິປະໄຕ ໃຫ້ມີຫຼາຍພັກການເມືອງ, ເຮັດໃຫ້ປະເທດເປັນເອກກະຣາດ ແລະມີການພັທນາແບບຍືນຍົງ.
Published 10/26/21
1.| ຂ່າວທີ່ໜ້າສົນໃຈ: (1) ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງບໍຣິຄັນ ພາກັນອອກວຽກ ຈົນເຫຼືອຈຳນວນບໍ່ຮອດ 100 ຄົນ ຍ້ອນຖືກນາຍຈ້າງ ຕັ້ງກົດຣະບຽບຫຼາຍເກີນໄປ ແລະ ມີບັນອື່ນໆນຳດ້ວຍ. (2) ນັກອະນຸຮັກປ່າໄມ້ເຊື່ອວ່າ ມີເຈົ້າໜ້າທີ່ຣັຖ ກ່ຽວຂ້ອງຕັດໄມ້ເຖື່ອນສົ່ງອອກຂາຍຕ່າງປະເທດ. 2.| ສາຣະຄະດີ: ໃນໄລຍະການຣະບາດ ຂອງເຊື້ອໂຄວິດ-19 ສອງປີຜ່ານມາ ຍັງພົບວ່າການຄ້າຢາເສບຕິດ ໃນລາວ ຍັງເພີ່ມຂື້ນ. ເນື່ອງ ໃນວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ ຜ່ານມາ ຫຼາຍແຂວງທົ່ວປະເທດ ຂອງລາວ ໄດ້ຈັດພີທີຈູດ ທຳລາຍຢາເສບຕິດ.
Published 10/25/21
1.| ຂ່າວທີ່ໜ້າສົນໃຈ: (1) ປີ 2020 ທີ່ຜ່ານມາ ກວດເຫັນການຍັກຍອກເງິນ ຫຼາຍກວ່າ 1,500 ຕື້ປາຍກີບ. (2). ຄົນຂັບຣົດບັນທຸກສິນຄ້າລາວ ບໍ່ພໍໃຈທີ່ຈະຕ້ອງໄດ້ຈ່າຍ 1 ລ້ານກີບໃຫ້ຄົນຂັບຣົດ ຂອງບໍຣິສັດຈີນ, ເຈົ້າຂອງສາງຄ່ຽນ ຖ່າຍສິນຄ້າຢູ່ດ່ານບໍ່ເຕັນ 2.| ສາຣະຄະດີ: ນ້ຳ​ມັນ​ຂຶ້ນ​ໃນ​ຮອບ​ປີນີ້ ທາງ​ການ​ລ​າວ ໄດ້​ຂຶ້ນ​ຣາ​ຄານ້ຳ​ມັນໄປ​ແລ້ວ 16 ຄັ້ງ ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປ​ະ​ຊາ​ຊົນ.
Published 10/22/21
1.| ຂ່າວທີ່ໜ້າສົນໃຈ: (1) ເຈົ້າໜ້າທີ່ ທາງການລາວ ແລະນັກລົງທຶນ ຮ່ວມມືກັນລັກຕັດໄມ້ ແລະສົ່ງໄມ້ອອກໄປຕ່າງປະເທດ. (2) ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຕ້ອງໂຍກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂື່ອນໄຟຟ້ານ້ຳຊຳ 1-A ແຂວງຫົວພັນ ຕ້ອງການເງິນຊົດເຊີຍທີ່ເໝາະສົມ. 2.| ສາຣະຄະດີ: ການສັມພາດ ເຈົ້າອາທິການວັດ ເພັງໂພໄຊຍະຣາມ ບ້ານສນາມໄຊ-ບ້ານນາເລົ່າ ກ່ຽວກັບເຫດການ ທີ່ເຊື້ອພຍາດໂຄວິດ-19 ໄດ້ແຜ່ຣະບາດພາຍໃນວັດ ເຮັດໃຫ້ມີພຣະສົງ ຕິດເຊືອທັງໝົດ 36 ອົງ.
Published 10/21/21
1.| ຂ່າວທີ່ໜ້າສົນໃຈ: (1)-ຊາວບ້ານເມືອງທ່າແຕງ, ເມືອງລະມາມ ເຝົ້າຣະວັງເຂື່ອນຫ້ວຍລຳພັນໃຫຍ່ປ່ອຍນໍ້າ. (2)-ກາ​ນ​ຣະ​ບາດ​ຂອງ​ໂຄວິດ-19 ສົ່ງ​ຜົ​ລ​ໃຫ້​ຊາວ​ກະ​ສິ​ກອນຂາຍ​ຜົນ​ຜ​ລິດບໍ່​ໄດ້. 2.| ສາຣະຄະດີ: ການບັນລຸເປົ້າໝາຍ ການພັທນາທີ່ຍືນຍົງ ໃນເປົ້າໝາຍທີ 4, ການສນອງການສຶກສາ ທີ່ມີຄຸນນະພາບໃຫ້ທຸກຄົນຢ່າງທົ່ວເຖິງ ຕາມວາຣະສາກົລ ປີ 2030 ນັ້ນ, ຫຼາຍພາກສ່ວນເຫັນວ່າ ເປັນສິ່ງທີ່ຫຍຸ້ງຍາກ ເນື່ອງຈາກປະເທດລາວ ຍັງຂາດປັດຈັຍຄວາມພ້ອມພື້ນຖານຫຼາຍຢ່າງ.
Published 10/20/21
1.| ຂ່າວທີ່ໜ້າສົນໃຈ: (1) ຫຼາຍແຂວງ ງົດຈັດບຸນຊ່ວງເຮືອປະເພນີ ໃນວັນບຸນອອກພັນສາປີນີ້. (2) ເຂື່ອນໄຟຟ້າເຊລະນອງ 1 ປ່ອຍນໍ້າລົງມາ, ເຕືອນປະຊາຊົນໃຫ້ຂົນເຄື່ອງຂອງໄປໄວ້ບ່ອນປອດພັຍ. 2.| ສາຣະຄະດີ: ຊາວບ້ານຢູ່ເມືອງຍອດອູ ແຂວງ ຜົ້ງສາລີ ບໍ່ຢາກໃຫ້ບໍຣິສັດຈີນ ເອົາດິນໂຮງຮຽນໃຊ້ໃນໂຄງການປູກພືດທົດແທນການປູກຝີ່ນໃນແຂວງ.
Published 10/18/21
1.| ຂ່າວທີ່ໜ້າສົນໃຈ: (1) ກ້ວຍທີ່ຈີນປູກຢູ່ລາວ ສ້າງລາຍໄດ້ໃຫ້ ພວກນາຍທຶນຈີນ ຢ່າງຫຼວງຫຼາຍ ແລະຣັຖບານລາວ ໄດ້ຈໍານວນນຶ່ງ ແຕ່ຍັງມີການໃຊ້ ສານເຄມີຫຼາຍ ແລະເບິ່ງແຍງຄົນງານລາວບໍ່ດີ. (2) ທະນາຄານໂລກ ປັບຫຼຸດອັດຕຣາ ການຂຍາຍໂຕ ທາງເສຖກິຈຂອງລາວ ມາເປັນ 2.2% ໃນປີ 2021. 2.| ສາຣະຄະດີ: ຊາວລາວ ໃຊ້ຊີວິດຍາກລຳບາກ ຍ້ອນໂຄວິດ-19 ກຳລັງຣະບາດຢ່າງແຮງ ແລະບ້ານເມືອງກໍປິດຢ່າງເຂັ້ມງວດ.
Published 10/15/21
1.| ຂ່າວທີ່ໜ້າສົນໃຈ: (1) ນາຍົກຣັຖມົນຕຣີລາວ ຂໍໃຫ້ສື່ມວນຊົນລາວ ນຳສເນີຄວາມຈິງ. (2) ແຂວງບໍ່ແກ້ວ ອະນຸຍາດໃຫ້ ຄົນງານ ຕ່າງປະ​ເທດ ເຂົ້າໄປເຮັດວຽກ ໃນເຂດເສຖກິດຈພິເສດ ສາມຫລ່ຽມຄຳ ໄດ້ແຕ່ຕ້ອງມີ ບໍຣິສັດຮັບປະກັນ ແລະ ມີເອກສານຖືກຕ້ອງ 2.| ສາຣະຄະດີ: ນັກ​ຄ້າຢາ​ເສບ​ຕິດ​ ລາຍ​ໃຫຍ່ ຢູ່​ປະ​ເທດ​ລາວ ບາງ​ຄົນ ​ຖືກ​ຈັບ​ໄດ້​ຫລາຍ​ປີ​ແລ້ວ, ແຕ່ ຍັງ​ບໍ່​ຖືກ​ ສົ່ງ​ຂຶ້ນ​ສານ​ຕັ​ດ​ສິນ.
Published 10/15/21
1.| ຂ່າວທີ່ໜ້າສົນໃຈ: (1) ໃນ 1 ປີຜ່ານມາ ທາງການ ແຂວງບໍ່ແກ້ວ ຊ່ອຍແມ່ຍິງ ບໍຣິການທາງເພດ ຈາກຈີນ ແລະ ຢູ່ຄາສິໂນ ຄິງໂຣມັນ ໄດ້ 9 ຄົນ. (2) ນະຄອນຫຼວງວຽງຈັນ ຕຽມເງື່ອນໄຂ ໃຫ້ປິ່ນປົວ ຢູ່ເຮືອນ. ຫຼວງພຣະບາງ-ຄຳມ່ວນ ເຂັ້ມງວດ ມາຕການ ປ້ອງກັນໂຄວິດ-19. 2.| ສາຣະຄະດີ: ແຂວງໄຊສົມບູນ ຍັງພົບເຫັນແມ່ຍິງ ຈຳນວນນຶ່ງ ຖືກຄົນຈີນ ຕົວະໄປຄ້າມະນຸດ ໃນຈີນ ແລະ ໃນແຂວງອື່ນໆ ກໍມີເຫດການ ດັ່ງກ່າວ ເກີດຂຶ້ນ ເໝືອນກັນ ໃນໄລຍະການ ຣະບາດຂອງ ໂຄວິດ-19 ໃນລາວ.
Published 10/15/21
1.| ຂ່າວທີ່ໜ້າສົນໃຈ: (1) ກອງບັນຊາການ ປກສ ແຂວງສວັນນະເຂດ ໄລ່ເຈົ້າໜ້າທີ່ຕຳຣວດ ອອກຈາກການ ຍ້ອນລະເມີດ ກົດລະບຽບ ຄວບຄຸມ ການຣະບາດ ຂອງໂຄວິດ-19. (2) ການສ້າງເຮືອນຖາວອນ ໃຫ້ແກ່ ຜູ້ປະສົບໄພ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຊັກຊ້າ ຍ້ອນຜົລກະທົບ ຂອງໂຄວິດ-19. 2.| ສາຣະຄະດີ: ລາຄາສິນຄ້າ ທີ່ຈຳເປັນ ສຳລັບ ຄາບເຂົ້າ ໃນແຕ່ລະມື້ ສູງຂຶ້ນ ແລະ ຂາດຕລາດ ໃນໄລຍະ ປິດບ້ານ-ປິດເມືອງ ຍ້ອນໂຄວິດ-19 ຣະບາດ ແລະ ທາງການລາວ ກໍບໍ່ສາມາດຄວບຄຸມໄດ້.
Published 10/12/21
1./ ຂ່າວທີ່ໜ້າສົນໃຈ: (1) ຊາວບ້ານ ຢູ່ແຂວງເຊກອງ ພາກັນ ປູກມັນຕົ້ນ ຢູ່ດິນຣັຖ ຍ້ອນບໍ່ມີ ທີ່ດິນທໍາກິນ. (2) ຕຳຣວດ ນະຄອນຫຼວງ ຈັບກຸ່ມໄວໜຸ່ມ ມົ້ວສຸມຢາເສບຕິດ ແລະ ພົກພາອາວຸດ ຢູ່ໂຮງແຮມໂຄ້ງຄຳ ໃນນີ້ມີຄົນຈີນ 13 ຄົນ. 2./ ສາຣະຄະດີ: ສພາການຄ້າ ແລະ ອຸດສາຫະກັມ ສເນີໃຫ້ທາງການລາວ ເປີດໂຮງງານອຸດສາຫະກັມ ເນື່ອງຈາກວ່າ ການປິດໂຮງງານດົນ ຈະເຮັດໃຫ້ ຄົນງານຂາດລາຍໄດ້ ແລະ ອຸດສາຫະກັມຕ່າງໆ ກໍຈະຜລິດສິນຄ້າ ບໍ່ໄດ້ຕາມໂຄຕ້າ ໃນການສົ່ງອອກ ຈະເຮັດໃຫ້ ຂາດລູກຄ້າ ໃນອານາຄົດ.
Published 10/12/21
1./ ຂ່າວທີ່ໜ້າສົນໃຈ: (1). ການຊົດເຊີຽ ຊາວບ້ານຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການສ້າງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ຄືບໜ້າແລ້ວ ເກືອບ 93%. (2) ສູນກາງ ສະຫະພັນກັມມະບານລາວ ສເນີໃຫ້ ຣັຖບານລາວ ພິຈາລະນາ ປັບຂຶ້ນຄ່າແຮງງານ ຂັ້ນຕໍ່າ. 2./ ສາຣະຄະດີ: ຣາຄາສິນຄ້າ ທີ່ຈຳເປັນ ສຳລັບ ຄາບເຂົ້າ ໃນແຕ່ລະມື້ສູງຂຶ້ນ ແລະ ຂາດຕລາດ ໃນໄລຍະ ປິດບ້ານ-ປິດເມືອງ ຍ້ອນໂຄວິດ-19 ຣະບາດ ແລະ ທາງການລາວ ກໍບໍ່ສາມາດ ຄວບຄຸມໄດ້.
Published 10/08/21
1./ ຂ່າວທີ່ໜ້າສົນໃຈ: (1) ຕໍາຣວດ ແຂວງຫຼວງພຣະບາງ ຈັບພວກຄ້າຢາເສບຕິດ ຣາຍໃຫຍ່ ແລະ ຍຶດຢາບ້າໄດ້ 3 ລ້ານປາຍເມັດ. (2) ຊາວບ້ານ ຢູ່ເມືອງເງິນ ແຂວງໄຊຍະບູຣີ ບໍ່ຢາກໃຫ້ ນັກລົງທຶນຈີນ ເຊົ່າທີ່ດິນ ປູກໝາກໂມ ຍ້ອນເກີດ ຜົລກະທົບ ຫຼາຍຢ່າງ. 2./ ສາຣະຄະດີ: ບໍ​ຣິ​ສັດ​ ວຽດ​ນາມ ໄດ້​ເອົາ​ຣົດ​ຈົກ ​ມາ​ມ້າງ​ຖຽງ​ນາ ​ຂອງ​ຊາວ​ບ້ານ 10 ຄອບ​ຄົວ ຢູ່​ເມືອງນອງ ແຂວງ​ສວັນ​ນະ​ເຂດ ໂດຍ​ ບໍ​ຣິ​ສັດ ອ້າງວ່າ ເປັນ​ເຂດ​ສັມ​ປະ​ທານ​ ຂອງ​ບໍຣິ​ສັດ, ສ່ວນ​ຊາວ​ບ້ານ ກໍ​ອ້າງວ່າ ມັນ​ເປັນ​ດິນ ​ຂອງ​ເຂົາ​ເຈົ້າ ແລະ ບໍ​ຣິ​ສັດ ຍັງ​ບໍ່​ທັນ​ຈ່າຍ​ຄ່າ​ຊົດ​ເຊີຽ.
Published 10/08/21
1./ ຂ່າວທີ່ໜ້າສົນໃຈ: (1) ເປົ້າໝາຍ ການພັທນາ ທີ່ຍືນຍົງ ດ້ານສາທາຣະນະສຸຂ ເປົ້າໝາຍທີ 3 ຍາກທີ່ຈະບັນລຸໄດ້ ໃນປີ 2030 ເນື່ອງຈາກ ຣັຖບານລາວ ຍັງຂາດເຂີນ ດ້ານງົບປະມານ ແລະ ບຸຄລາກອນ ຢ່າງໜັກ. (2) ປະຊາຊົນລາວ ຫຼາຍຄົນ ເວົ້າວ່າ ຜູ້ຕິດເຊື້ອໂຄວິດ-19 ບໍ່ຄວນໃຫ້ ປິ່ນປົວເອົາເອງ ຢູ່ເຮຶອນ. 2./ ສາຣະຄະດີ: ການລົງທຶນ ປ້ອງກັນ ຄວາມສ່ຽງພັຍພິບັດ ບໍ່ມີຜົລ. ເວລາເກີດພັຍພິບັດ ປະຊາຊົນລາວ ຍັງຕ້ອງ ເພິ່ງຕົນເອງ ຊ່ອຍຕົນເອງ ເປັນສ່ວນຫຼາຍ ໄດ້ຮັບການຊ່ອຍເຫຼືອ ແຕ່ເບື້ອງຕົ້ນ ຈາກຣັຖເທົ່ານັ້ນ ສ່ວນໄລຍະຍາວ ກໍຕ້ອງໄດ້ເພິ່ງຕົນເອງ; ສາເຫດ ກໍຍ້ອນ...
Published 10/06/21
1./ ຂ່າວທີ່ໜ້າສົນໃຈ: (1) ປະຊາຊົນລາວ ເຫັນດີ ຣັຖອອກດຳຣັຖ ວ່າດ້ວຍ ຣົດຂອງຣັຖ. (2) ລາວ ແລະ ໄທຍ ຕຽມສ້າງຂົວຣົດໄຟ ເຊື່ອມຣົດໄຟ ຄວາມໄວສູງ ລາວ-ຈີນ. 2./ ສາຣະຄະດີ: ການພົວພັນ ຮ່ວມມື ລາວ-ວຽດນາມ ເພີ່ມຂຶ້ນນໍາ ເລື້ອຍໆ ເຖິງແມ່ນວ່າ ແຕ່ລະປະເທດ ຍັງປະເຊີນ ກັບຄວາມຫຍຸ້ງຍາກ ໃນການພັທນາ ເສຖກິຈ-ສັງຄົມ ຍ້ອນການຣະບາດ ຂອງໂຄວິດ-19 ຢູ່ນີ້ ກໍຕາມ.
Published 10/06/21
1./ ຂ່າວທີ່ໜ້າສົນໃຈ: (1) ຊາວບ້ານເມືອງຫາດຊາຍຟອງ 100 ຄອບຄົວ ຍັງທວງຖາມ ຄ່າຊົດເຊີຽ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ. (2) ພວກຊາວບ້ານໃນເມືອງໂຂງ ທີ່ຈະສູນເສັຽທີ່ດິນ ໃຫ້ແກ່ໂຄງການ ເຂດເສຖກິຈພິເສດ ມະຫານະທີສີທັນດອນ ຍັງບໍ່ຮູ້ຈະໄປຢູ່ໃສ ແລະ ຄ່າຊົດເຊີຍ ກໍຍັງບໍ່ມີ ຄວາມຄືບໜ້າ. 2./ ສາຣະຄະດີ: ຄົນງານລາວ ຍັງຊອກຫາ ວຽກເຮັດງານທຳຍາກຢູ່ ໃນປັດຈຸບັນ ຍ້ອນຜູ້ປະກອບ ທຸຣະກິຈ ຈ້າງຄົນງານ ໜ້ອຍລົງ.
Published 10/06/21
1./ ຂ່າວທີ່ໜ້າສົນໃຈ: (1) ບໍຣິສັດຈີນ ໄດ້ກໍ່ສ້າງ ເຂື່ອນໄຟຟ້ານໍ້າອູທັງ 7 ແຫ່ງສໍາເຣັດແລ້ວ ແຕ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຍັງລໍາບາກຢູ່ (2) ຊາວບ້ານ 10 ຄອບຄົວ ຢູ່ເມືອງນອງ ແຂວງສວັນນະເຂດ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດວຽດນາມ ສຸກຮຸ່ງເຮືອງ ຈໍາກັດ ທີ່ກວມເອົາດິນນາຂະເຈົ້າ. 2./ ສາຣະຄະດີ: ປະຊາຊົນ 34 ຄອບຄົວ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຍື່ນຄຳຮ້ອງເຖິງ ສຳນັກງານ ນາຍົກຣັຖມົນຕຣີ ໃຫ້ຊ່ວຍແກ້ໄຂບັນຫາ ຄ່າຊົດເຊີຍບໍ່ເປັນທັມ ຫຼື ໜ້ອຍເກີນໄປ
Published 10/04/21
1./ ຂ່າວທີ່ໜ້າສົນໃຈ: (1) ຊາວຄຣິສຕຽນລາວ 10 ຄອບຄົວ ຢູ່ແຂວງຫຼວງນໍ້າທາ ທີ່ຖືກມ້າງເຮືອນ ແລະ ຖືກໄລ່ອອກຈາກບ້ານ. (2) ພຣະສົງ ແລະທະຫານລາວ ຕິດເຊື້ອໂຄວິດ-19. 2./ ສາຣະຄະດີ: ການບັນລຸເປົ້າໝາຍ ການພັທນາທີ່ຍືນຍົງ ໃນເປົ້າໝາຍ ການລຶບລ້າງ ຄວາມທຸກຍາກ ໃນປະເທດລາວ ໃຫ້ໝົດໄປ ຕາມວາຣະສາກົລ ປີ 2030 ນັ້ນ, ຫຼາຍພາກສ່ວນ ເຫັນວ່າ ຄົງເປັນສິ່ງ ທີ່ເຊື່ອໄດ້ຍາກ ທີ່ຈະສາມາດບັນລຸໄດ້.
Published 10/04/21