ວິທຍຸເອເຊັຽເສຣີ ຣາຍງານຂ່າວ ແລະ ສາຣະຄະດີ ວັນທີ 17 ເດືອນ ມິຖຸນາປີ 2021 ຢູ່ ສປປລາວ.
Listen now
Description
1./ ຂ່າວທີ່ໜ້າສົນໃຈ: (1) ທາງການ ແຂວງໄຊຍະບູຣີ ກຳລັງສລຸບ ຄວາມເສັຽຫາຍ ເພີ່ມຕື່ມ ຂອງເຫດການ ນໍ້າຖ້ວມກະທັນຫັນ ພາຍໃນແຂວງ ໃນຂນະທີ່ ຊາວບ້ານຫຼາຍຄົນ ເຫັນວ່າ ເຫດການນໍ້າຖ້ວມ ໃນເທື່ອນີ້ຜິດປົກກະຕິ. (2) ວັນທີ 16 ມິຖຸນາ, ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 8 ຄົນ, ຂນະທີ່ ການສັກວັກຊິນ ປ້ອງກັນໂຄວິດ-19 ໃນຫຼາຍຈຸດ ເປັນໄປດ້ວຍ ຄວາມສັບສົນວຸ້ນວາຍ. 2./ ສາຣະຄະດີ: ​ຜູ້​ປ​ະສົບ​ພັຍ​ນ້ຳ​ຖ້ວມ ຈະ​ໄດ້​ຮັບ​ເຄື່ອງ ​ຊ່ວຍ​ເຫຼືອຊ້າ ຍ້ອນ​ວ່າ ໜ່ວຍ​ງານ​ຂອງ​ພາກ​ຣັ​ຖ ບໍ່​ສາ​ມາດໄປ​ແຈກ​ເຄື່ອງ​ຂອງ ບັນ​ເທົາ​ທຸກ ໄດ້​ທັນ​ເວ​ລາ.
More Episodes
1.| ຂ່າວທີ່ໜ້າສົນໃຈ: (1) ໂຄງການຂຸດຄົ້ນແຮ່ທາດຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ. (2) ສະມາຊິກ ພີເອສ (PS) ຈຳນວນນຶ່ງບໍ່ເຫັນດີປະກັນຜູ້ບໍຣິຫານອອກມາ. 2.| ສາຣະຄະດີ: ຄົນງານປະມົງລາວ ທີ່ກັບມາຈາກມາເລເຊັຽ ໃນທ້າຍປີ 2020 ຫາຕົ້ນປີ 2021 ນີ້ ມາຮອດປັດຈຸບັນ ຈໍານວນ 617 ຄົນ...
Published 11/03/21
1.| ຂ່າວທີ່ໜ້າສົນໃຈ: (1) ຣັຖບານລາວ ຍັງສືບຕໍ່ລ໊ອກດາວຕື່ມອີກ 15 ມື້ ຂະນະທີ່ ຊາວບ້ານແລະບັນດາຊາວພໍ່ຄ້າແມ່ຄ້າ ທໍາມາຫາກິນຫຍຸ້ງຍາກ ແລະຣັຖບານ ກໍຍັງບໍ່ມີແນວທາງຊ່ອຍເຫຼືອ. (2) ນາຍົກຣັຖມົນຕຣີລາວ ເວົ້າຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ຣັຖບານຈະຊອກຫາເງິນ ງົບປະມານເພື່ອຟື້ນຟູເສຖກິດ...
Published 11/02/21