ວິທຍຸເອເຊັຽເສຣີ ຣາຍງານຂ່າວ ແລະ ສາຣະຄະດີ ວັນທີ 18 ເດືອນ ມິຖຸນາ ປີ 2021 ຢູ່ ສປປລາວ.
Listen now
Description
1./ ຂ່າວທີ່ໜ້າສົນໃຈ: (1) ໂຄງການກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ແຂວງບໍຣິຄໍາໄຊ-ບຶງການ ຫຼ້າຊ້າ ຍ້ອນການຣະບາດຂອງໂຄວິດ-19 ຂນະທີ່ ຊາວບ້ານທີ່ໄດ້ຮັບຜົລກະທົບ ກໍຍັງລໍຖ້າເງິນຊົດເຊີຍຢູ່. (2) ທາງການແຂວງໄຊຍະບູຣີ ຍັງບໍ່ທັນໄດ້ກວດສອບວ່າ ເຂື່ອນນໍ້າຮຸ່ງ 1 ມີສ່ວນເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ຫລືບໍ່. 2./ ສາຣະຄະດີ: ແຮງງານລາວທີ່ເຮັດວຽກຢູ່ໄທຍ ເປັນກັງວົນທີ່ບໍ່ໄດ້ຮັບການສັກວັກຊີນ COVID-19 ເພາະມັນມີຜົລຕໍ່ການເຮັດວຽກລ້ຽງຊີບໃນໄທຍ. ສ່ວນຜູ້ປະກອບການບໍຣິການເຮືອນພັກ ກໍຮຽນຮ້ອງໃຫ້ພາກຣັຖເຂົ້າມາຊ່ອຍເຫຼືອ ພາຍຫຼັງທີ່ຖືກນໍ້າຖ້ວມເສັຍຫາຍຢ່າງໜັກ.
More Episodes
1.| ຂ່າວທີ່ໜ້າສົນໃຈ: (1) ໂຄງການຂຸດຄົ້ນແຮ່ທາດຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ. (2) ສະມາຊິກ ພີເອສ (PS) ຈຳນວນນຶ່ງບໍ່ເຫັນດີປະກັນຜູ້ບໍຣິຫານອອກມາ. 2.| ສາຣະຄະດີ: ຄົນງານປະມົງລາວ ທີ່ກັບມາຈາກມາເລເຊັຽ ໃນທ້າຍປີ 2020 ຫາຕົ້ນປີ 2021 ນີ້ ມາຮອດປັດຈຸບັນ ຈໍານວນ 617 ຄົນ...
Published 11/03/21
1.| ຂ່າວທີ່ໜ້າສົນໃຈ: (1) ຣັຖບານລາວ ຍັງສືບຕໍ່ລ໊ອກດາວຕື່ມອີກ 15 ມື້ ຂະນະທີ່ ຊາວບ້ານແລະບັນດາຊາວພໍ່ຄ້າແມ່ຄ້າ ທໍາມາຫາກິນຫຍຸ້ງຍາກ ແລະຣັຖບານ ກໍຍັງບໍ່ມີແນວທາງຊ່ອຍເຫຼືອ. (2) ນາຍົກຣັຖມົນຕຣີລາວ ເວົ້າຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ຣັຖບານຈະຊອກຫາເງິນ ງົບປະມານເພື່ອຟື້ນຟູເສຖກິດ...
Published 11/02/21