ວິທຍຸເອເຊັຽເສຣີ ຣາຍງານຂ່າວແລະສາຣະຄະດີ ວັນທີ 19 ເດືອນ ມິຖຸນາ ປີ 2021 ຢູ່ ສປປລາວ.
Listen now
Description
1./ ຂ່າວທີ່ໜ້າສົນໃຈ: (1) ສະຫະພັນ ສິດທິມະນຸດ ສາກົນ ຮຽກຮ້ອງ ໃຫ້ສະຫະພາບຢູໂຣບ ກົດດັນຣັຖບາລລາວ ໃຫ້ແກ້ໄຂບັນຫາ ການລະເມີດສິດທິມະນຸດ ໃນ​ໂອ​ກາດ ກອງປະຊຸມທາງໄກ ດ້ານສິດທິມະນຸດ ໃນວັນທີ 16 ມິຖຸນາ ນີ້. (2) ຊາວນະຄອນຫຼວງພຣະບາງ ຢາກໃຫ້ທາງການ ເລັ່ງມືປັບປຸງແລະ ຂຍາຍເສັ້ນທາງ ພາຍໃນເທສບານ ໃຫ້ສຳເຣັດໂດຍໄວ. 2./ ສາຣະຄະດີ: ຖ​ນົນ​ຢູ່ໃນ​ເມືອງສ້າງ ບໍ່​ເກີນ 3 ປີ ກໍ​ເຣີ່ມ​ເປ່ເພ ສ່ວນ​ວ່າ ຖ​ນົນ​ຢູ່​ໃນເຂດ​ຊົນ​ນະ​ບົດ ກໍ​ຍັງ​ເປັນ​ຫລຸ​ມ ເປັນ​ຂຸມ.
More Episodes
1.| ຂ່າວທີ່ໜ້າສົນໃຈ: (1) ໂຄງການຂຸດຄົ້ນແຮ່ທາດຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ. (2) ສະມາຊິກ ພີເອສ (PS) ຈຳນວນນຶ່ງບໍ່ເຫັນດີປະກັນຜູ້ບໍຣິຫານອອກມາ. 2.| ສາຣະຄະດີ: ຄົນງານປະມົງລາວ ທີ່ກັບມາຈາກມາເລເຊັຽ ໃນທ້າຍປີ 2020 ຫາຕົ້ນປີ 2021 ນີ້ ມາຮອດປັດຈຸບັນ ຈໍານວນ 617 ຄົນ...
Published 11/03/21
1.| ຂ່າວທີ່ໜ້າສົນໃຈ: (1) ຣັຖບານລາວ ຍັງສືບຕໍ່ລ໊ອກດາວຕື່ມອີກ 15 ມື້ ຂະນະທີ່ ຊາວບ້ານແລະບັນດາຊາວພໍ່ຄ້າແມ່ຄ້າ ທໍາມາຫາກິນຫຍຸ້ງຍາກ ແລະຣັຖບານ ກໍຍັງບໍ່ມີແນວທາງຊ່ອຍເຫຼືອ. (2) ນາຍົກຣັຖມົນຕຣີລາວ ເວົ້າຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ຣັຖບານຈະຊອກຫາເງິນ ງົບປະມານເພື່ອຟື້ນຟູເສຖກິດ...
Published 11/02/21