Episodes
1. ຜູ້ປົກຄອງຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຍິ່ງເປັນຫ່ວງລູກ ທີ່ຍັງຕິດຄ້າງຢູ່ພະມ້າ. 2. ຣັຖບານລາວ ຈະຂື້ນອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% 3. ສາຣະຄະດີ: ທະນາຄານອິນໂດຈີນຈຳກັດ ໄດ້ຮ່ວມເຊັນ MOU ສະໜອງເງິນກູ້ ແລະການໂອນເງິນ ກັບຄືນປະເທດ ຂອງຜູ້ອອກແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ.
Published 03/22/24
1. ເຂື່ອນໄຟຟ້າ 2 ແຫ່ງ ຢູ່ແຂວງໄຊສົມບູນ ສ້າງບໍ່ໄດ້ຕາມແຜນ ຍ້ອນຂາດເຂີນງົບປະມານ. 2. ບໍຣິສັດທາງຣົຖໄຟລາວ-ຈີນ ຫາລືສົ່ງເສີມການທ່ອງທ່ຽວໃນລາວ. 3. ສາຣະຄະດີ: ຄົນງານລາວວ່າ ການສົ່ງເສີມວຽກເຮັດງານທຳ ພາຍໃນປະເທດ ຈາກພາກຣັຖ ຍັງເຮັດບໍ່ໄດ້ດີ.
Published 03/21/24
1. ຊາວບ້ານວິຈານ ການເຮັດວຽກຂອງຕໍາຣວດ ອອກມາຂໍໂທດ. 2. ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຂອງຈີນ ຂໍນະໂຍບາຍ ຈາກທາງການລາວ ເພື່ອດຶງດູດ ນັກລົງທຶນຈີນ. 3. ສາຣະຄະດີ: ອົງການຊ່ວຍເຫຼືອສາກົລ ເປັນຕົ້ນໂຄງການຊ່ອຍເຫລືອ ຂອງຣັຖບານ ອອສເຕຣເລັຍ ແລະອົງການຊ່ອຍເຫລືອເດັກສາກົລ ປະຈໍາລາວ ຮ່ວມກັນຊ່ວຍຫລຸດຜ່ອນ ການແພ່ຣະບາດຂອງພະຍາດໄຂ້ເລືອດອອກ.
Published 03/20/24
1. ແຕ່ງຕັ້ງຄະນະກັມມະການ ກວດກາ-ແກ້ໄຂບັນຫາ ໂຮງງານແປ້ງມັນຕົ້ນ ຂອງຈີນ ທີ່ເຮັດນໍ້າເສັຽ ໄຫຼລົງໃສ່ແມ່ນໍ້າຂອງ. 2. ຄຸນນະພາບອາກາດ ໃນຫຼາຍແຂວງພາກເໜືອ ເຣີ່ມມີຄ່າເປັນອັນຕະລາຍຕໍ່ສຸຂພາບ ສູງກ່ວາເກນ ທີ່ກຳນົດ 3. ສາຣະຄະດີ: ຊາວບ້ານ ຢູ່ແຂວງຫົວພັນ ສູນເສັຍ, ແຕ່ນັກລົງທຶນ ໄດ້ຮັບຜົນກໍາໄລ ຈາກການຂຸດຄົ້ນແຮ່ຫາຍາກ
Published 03/19/24
1. ນັກລົງທືນຈີນ ເລີ່ມປູກໝາກຖົ່ວວລຽນ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ. 2. ຣັຖບານລາວ ພະຍາຍາມ ເຮັດໃຫ້ເສຖກິຈດີຂື້ນ ແລະເງິນຕຣາແຂງຄ່າ. 3. ສາຣະຄະດີ: ເດັກນ້ອຍລາວ 16 ຄົນ ທີ່ຍັງຖືກນາຍຈ້າງຄົນຈີນ ບັງຄັບໃຫ້ເຮັດວຽກຕອບແຊັດ ຢູ່ໃນໂຮງກາໂນ ໂກຊາຍ ຂອງຈີນ ໃນເມືອງເມັຍວະດີ ປະເທດພະມ້າ ຍັງຄອງຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້.
Published 03/15/24
1. ຣັຖບານລາວ ໃຊ້ກົດໝາຍຄວບຄຸມສິດເສຣີພາບ ໃນການປາກເວົ້າຂອງປະຊາຊົນ. 2. ທາງການລາວ ເລັ່ງເຜີຍແຜ່ດໍາຣັດ ວ່າດ້ວຍການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວ ສາສນາຢູ່ລາວ 3. ສາຣະຄະດີ: ທາງການລາວ ອອກແຈ້ງການ ຂຶ້ນລາຄາ ຢາກັນພະຍາດສັດລ້ຽງ ສູງຂຶ້ນ 2-3 ເທົ່າ.
Published 03/14/24
1. ຊາວບ້ານ ບ້ານໂພນສະຫວ່າງ ເມືອງໂພນໂຮງ ຮ້ອງທຸກ ເຣື່ອງຂີ້ຝຸ່ນ ຈາກໂຮງງານ ຜລິດ ຄອນກຣີດ 2. ຄ່າແຮງງານຂັ້ນຕໍ່າ ຍັງບໍ່ໄດ້ຮັບການປະຕິບັດ ຢ່າງທົ່ວເຖິງ. 3. ສາຣະຄະດີ: ກະຊວງແຜນການ ແລະ ການລົງທຶນ ຄາດຄະເນ ປີ 2024 ອັດຕຣາເງິນເຟີ້ ຈະຢູ່ໃນລະດັບ 9%-20%.
Published 03/13/24
1. ເຕືອນໄພຄົນລາວ ຄົນຈີນຊອກເມັຍ ຕາມຕະຫຼາດ. 2. ສາຍການບິນລາວ ປະສົບບັນຫາ ຜູ້ໂດຍສານໜ້ອຍ ທີ່ບິນໄປແຂວງພາກເໜືອ ຍ້ອນຜູ້ໂດຍສານໃຊ້ບໍຣິການຣົຖໄຟ. 3. ສາຣະຄະດີ: ອົງການສິດທິມະນຸດ Human Rights Watch ສເນີໃຫ້ອອສເຕຣເລັຍ ຍົກບັນຫາການລ່ວງລະເມີດສິດທິມະນຸດ ຢູ່ໃນອາຊ່ຽນ ຂື້ນມາຫາລື ໃນກອງປະຊຸມສຸດຍອດ ອາຊ່ຽນ-ອອສເຕຣເລັຍ.
Published 03/12/24
1. ສານປະຊາຊົນສູງສຸດ ຫາລື ເລື່ອງການຈັດຕັ້ງ ສານປະຊາຊົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ. 2. ເປີດນໍາໃຊ້ເຟສບຸກ ແຟນເພຈໃໝ່ ເພື່ອຊ່ອຍຕ້ານ ການຄ້າມະນຸສ. 3. ສາຣະຄະດີ: ກຸ່ມຊາວສວນ ປູກຜັກບ້ານຜາຮອມ ປະສົບບັນຫາ ຂາຍກະລໍ່າປີບໍ່ອອກ ຊາວ ສວນຊີ້ແຈງວ່າ ກະລໍ່າລົ້ນຕະຫຼາດ ເປັນສາເຫດເຮັດ ໃຫ້ລາຄາຜັກກະລໍ່າ ຕົກ ແຕ່ກໍຈຳເປັນ ຕ້ອງຂາຍ ດີກ່ວາຂາດທືນ.
Published 03/09/24
1. ໂຄງການຂຸດຄົ້ນແຮ່ທົດລອງ ຂອງຈີນ ຢູ່ຊໍາເໜືອ ປ່ອຍນໍ້າປົນເປື້ອນສານເຄມີ ລົງຫ້ວຍທັມມະຊາຕ. 2. ອຳນາດການປົກຄອງ ເມືອງໂພນໂຮງ ສັ່ງໃຫ້ຍຸຕິ ການຖາງປ່າ ຈູດປ່າ ລວມເຖິງການຕັດໄມ້ ໃກ້ເຂດປ່າສງວນພູພະນັງ. 3. ສາຣະຄະດີ: ເດັກນ້ອຍແມ່ຍິງລາວ ຄົນນຶ່ງ ທີ່ຖືກຂາຍໄປເຮັດວຽກ ຢູ່ພະມ້າ.
Published 03/08/24
1. ນາຍົກ ຊີ້ນໍາ ໃຫ້ປຸງແຕ່ງແຮ່ທາດຢູ່ລາວ ກ່ອນສົ່ງອອກຕ່າງປະເທດ. 2. ວັນແມ່ຍິງສາກົລ ຄົບຮອບ 114 ປີ ໃນປີ 2024 ຂະນະທີ່ແມ່ຍິງລາວ ຈຳນວນນຶ່ງ ຍັງຕົກເປັນເຫຍື່ອ ການຄ້າມະນຸສ 3. ສາຣະຄະດີ: ປະຊາຊົນແຂວງອັດຕະປື ຈໍານວນຫລວງຫລາຍ ທຸກຍາກລົງ ຍ້ອນເງິນເຟີ້ ແລະເງິນກີບອ່ອນຄ່າລົງ.
Published 03/07/24
1. ແມ່ມານແລະລູກ ເສັຍຊີວິດ ລະຫວ່າງ ເກີດລູກຢູ່ໂຮງໝໍເມືອງນໍ້າບາກ ແຂວງຫຼວງພຣະບາງ.ກະຊວງ 3. ໂຮງຮຽນປະຖົມດອນຄຳ ແຂວງຊຽງຂວາງ ຊຸດໂຊມຫຼາຍ ບໍ່ມີງົບປະມານສ້ອມແປງ. 3. ສາຣະຄະດີ: ອອສເຕຣເລັຍ ຈັດກອງປະຊຸມສຸດຍອດພິເສດອາຊ່ຽນ- ອອສເຕຣເລັຍ ເພື່ອຂຍາຍການຮ່ວມມື ແລະ ຄວາມສຳພັນຣະຫວ່າງກັນ
Published 03/06/24
1. ຄົນງານຍິງລາວ ຖືກນາຍຈ້າງໄທຍ ອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ໃຫ້ລາອອກ. 2. ອົງການເສລີພາບ Freedom House ກ່າວວ່າ ປະຊາຊົນລາວ ບໍ່ມີເສລີພາບ ທາງດ້ານການເມືອງຫລາຍ 3. ສາຣະຄະດີ: ໃນຮອບຫລາຍປີມານີ້ ມີການລັກລອບນຳເຊື້ອອະສຸຈິ ຈາກປະເທດໄທຍ ເຂົ້າປະເທດລາວ ຫລາຍ.
Published 03/05/24
1. ທາງການລາວ ສົ່ງສະມາຊິກແກ້ງ ສໍ້ໂກງຊາວຈີນ 268 ຄົນໃຫ້ທາງການຈີນ Laos hands 268 Chinese scammers to China 2. ເຂື່ອນນໍ້າຂອງປະເທດຈີນ ປ່ອຍນໍ້າ ບໍ່ໄດ້ແຈ້ງເຕືອນ. Without warning, Mekong dams in Chinese release water 3. ສາຣະຄະດີ: ຜູ້ຍິງລາວສາມຄົນ ທີ່ຖືກຂາຍໄປເຮັດວຽກຢູ່ຮ້ານຄາຣາໂອເກະ ທີ່ເມືອງລາ ປະເທດພະມ້າ ດີໃຈຫຼາຍ ທີ່ຖືກປ່ອຍໂຕ ແລະໄດ້ກັບຄືນປະເທດລາວ. Lao Girls Freed and Happy to be Back Home
Published 03/02/24
1. ສາຍພົວພັນລາວ-ວຽດນາມ ຫຼຸດລົງຍ້ອນອິດທິພົນຈີນ.. 2. ລາວ-ຈີນ ຈະສໍາຣວດແຮ່ໂປຕາສ ຢູ່ຫລາຍແຂວງຂອງລາວ 3. ສາຣະຄະດີ: ເຈົ້າຂອງຮ້ານບັນເທີງ ຂອງຈີນ ຢູ່ພະມ້າ ປ່ອຍໂຕຜູ້ຍິງລາວທີ່ຖືກຄ້າມະນຸດ
Published 03/01/24
1. ຊາວບ້ານ ຢູ່ເມືອງສັງທອງ ກັງວົນການຂຸດຄົ້ນແຮ່ຄຳ ກະທົບຊຸມຊົນ 2. ຄອບຄົວຄ ຣີສຕຽນ ຢູ່ສວັນນະເຂດ ທີ່ຖືກມ້າງເຮືອນ ໄດ້ຮັບການຄຸ້ມຄອງແລ້ວ 3. ສາຣະຄະດີ: ຣັຖບານລາວ-ຣັສເຊັຽ ຈະຍົກລະດັບການພົວພັນ ໃນຫຼາຍດ້ານ.
Published 02/29/24
1. ຊາວໜຸ່ມລາວຍັງມີຄວາມສ່ຽງສູງຕໍ່ການຖືກຄ້າມະນຸດ. 2. ເຂດເສຖກິຈພິເສດສາມຫລ່ຽມຄໍາ ມີຕູ້ ເອທີເອັມ ແຕ່ສໍາຮັບສະເພາະສະກຸນເງິນຈີນເທົ່ານັ້ນ 3. ສາຣະຄະດີ: ແມ່ຍິງ- ເດັກນ້ອຍ ຍັງຖືກຜົວ ແລະ ພໍ່ ໃຊ້ຄວາມຮຸນແຮງໃນຄອບຄົວ, ສ່ວນໃຫຍ່ ບໍ່ແຈ້ງໄປຍັງທາງການ ຍ້ອນ ຫລາຍສາເຫຕ.
Published 02/28/24
1.ຣັຖບານລາວ ເຊັນສັນຍາ ໂຄງການພະລັງານລົມ 1,200 ເມກະວັຕ ທີ່ແຂວງສວັນນະເຂດ 2.ທາງການເມືອງຊຳເໜືອແຂວງຫົວພັນລົງພື້ນທີ່ຕິດຕາມ-ກວດກາສາເຫດປາຕາຍ ສາຣະຄະດີ: ຊາວບ້ານຢຶບ ເມືອງທ່າແຕງ ແຂວງ ເຊກອງ 4 ຄົນ ສຸດທ້າຍ ທີ່ຖືກສານຕັດສິນຈໍາຄຸກຫຼາຍປີ ເລື່ອງຂໍ້ຂັດແຍ່ງທີ່ດິນ ພົ້ນໂທດ ແລະ ໄດ້ຮັບການປ່ອຍໂຕແລ້ວ, ແຕ່ ເຂົາເຈົ້າກໍຍັງໄດ້ຮັບຄວາມອັບປະໂຫຍດ..
Published 02/27/24
1. ປີ 2023 ຈີນລົງທຶນໃນລາວເພີ່ມຂຶ້ນ 17 ໂຄງການ 2. ເມືອງປາກກະດິງ ແຈ້ງເຕືອນຊາວບ້ານ ໃຫ້ລະວັງຊ້າງສອງໂຕ ລອຍນໍ້າມາຈາກຝັ່ງໄທຍ. 3. ສາຣະຄະດີ: ເລື່ອນ ເປີດບໍຣິການຣົຖໄຟ ບາງກອກ-ວຽງຈັນ ໄປເປັນໄລຍະ ກາງເດືອນ ພຶສພາ 2024
Published 02/24/24
1. ເຈົ້າໜ້າທີ ແຂວງຫຼວງນໍ້າທາ ທໍາລາຍສວນຝີ່ນ ຈຳນວນ 15 ເຮັກຕ້າຣ ທີ່ຊາວບ້ານລັກປູກ. 2. ບໍຣິສັດເອກະຊົນ ສ້າງທ່່າເຮືອສາກົນ ໃນແຂວງຫຼວງນໍ້າທາ. 3. ສາຣະຄະດີ: ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ເຣີ່ມໂຄງການສົ່ງເສີມ ສິດທິຄົນງານເຄື່ອນຍ້າຍ.
Published 02/23/24
1. ເມືອງຫ້ວຍຊາຍ ອອກໜັງສືແຈ້ງເຕືອນ ໃຫ້ລະວັງ ການລັກພາໂຕເດັກນ້ອຍ. 2. ທາງການ ກຽມຍົກຍ້າຍ 4 ບ້ານ ຈາກ ໂຄງການເຂື່ອນຫລວງພຣະບາງ 3. ສາຣະຄະດີ: ຣັຖບານລາວ ຈະເອົາໃຈໃສ່ ການມີສ່ວນຮ່ວມ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸສ.
Published 02/22/24
1. ບຸກຄະລາກອນການແພດ ບາງຄົນຍັງບໍ່ຍຶດໝັ້ນ ໃນຈາຣິຍະທັມ. 2. ຍັງມີ ຂະບວນການຄົນຈີນ ຊື້ເດັກຍິງລາວ ໃນແຂວງທາງພາກເໜືອ. 3. ສາຣະຄະດີ: ເດັກນ້ອຍແມ່ຍິງ ຈໍານວນນຶ່ງ ທີ່ໄປເຮັດວຽກຢູ່ປະເທດຈີນ ແລະ ຖືກຄ້າມະນຸສ.
Published 02/20/24
1. ຄລິບຊາຍຈີນ ໂຍນບ້ວງໃສ່ ພະນັກງານຍິງ ຢູ່ໂຮງແຮມຈີນ ໃນນະຄອນຫຼວງ ຖືກວິຈານ. 2. ສະຖານທູດລາວ ຢູ່ໄທຍ ຣາຍງານ ມີຊາວລາວ 228,000 ຄົນ ເຮັດວຽກໃນປະເທດໄທຍ. 3. ສາຣະຄະດີ: ປະເທດລາວ ຕ້ອງການເງິນມະຫາສານ ເພື່ອພັທນາປະເທດ ແຕ່ເງິນທຶນເພື່ອການພັທນາ ສ່ວນຫລາຍ ມາຈາກພາກເອກກະຊົນ ສ່ວນຣັຖບານມີງົບປະມານໜ້ອຍດຽວ ສຳຣັບການພັທນາຕ່າງໆ.
Published 02/17/24
1. ແຂວງອັດຕະປື ປະຕິບັດວິໄນ ພະນັກງານຣັຖ 28 ຄົນ ທີ່ສວຍໃຊ້ໜ້າທີ່ຕໍາແໜ່ງ. 2. ຟາມໄກ່ປ່ອຍສ້ຳເສັຍລົງຫ້ວຍນໍ້ານາແທ່ນ ກາຍເປັນສີຂຽວຊໍ້າເຮື້ອຫຼາຍປີແລ້ວ. 3. ສາຣະຄະດີ: ພະນັກງານ-ຣັຖກອນ ແລະ ປະຊາຊົນລາວຫລາຍຄົນ ໄດ້ພາກັນໜີໄປເຮັດວຽກ ຢູ່ຕ່າງປະເທດຫລາຍເກີນໄປ ຈົນເຮັດໃຫ້ພາຍໃນປະເທດ ຂາດເຂີນຄົນງານ.
Published 02/16/24
1. ຄົນລາວ ເຂົ້າເຖິງໂຊໂຊ້ມິເດັຍໄດ້ຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງອອກ. 2. ເຈົ້າໜ້າທີ່ທະຫານຫຼາຍ 10 ຄົນ ເຮັດວຽກໃນສວນຖົ່ວເຫຼືອງ ຂອງຈີນ ຢູ່ເມືອງຮຸນ. 3. ສາຣະຄະດີ: ພະນັກງານ-ຣັຖກອນ ຫຼາຍຄົນ ລາອອກຈາກການ, ໄປເຮັດວຽກ ຢູ່ຕ່າງປະເທດ
Published 02/15/24