Read ອີ່ຫລີ Podcast Ep:00
Listen now
Description
EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ ...