Episodes
10 ທຸລະກິດທີ່ມາແຮງໃນປີ 2021 ສົນໃຈເປີດຟັງໄດ້.
Published 08/26/21
ຕັກກະວິບັດ ແມ່ນທັກສະນຶງ ທີ່ຄົນລຸ້ນໃໝ່ ຫຼື ຜູ້ບໍລິຫານຈຳເປັນຕ້ອງຮູ້ ເພື່ອຈະຊ່ວຍໃຫ້ຊີວິດທ່ານດີຂຶ້ນ. ຄິບດີໆ ກ່ຽວກັບ ຕັກກະວິບັດ ຫຼື ເຫດຜົນພ້ຽນໆ ທີ່ມັກຈະເຮັດໃຫ້ອົງກອນ ຫຼື ການເຮັດວຽກເປັນທີມມີບັນຫາ. ເພາະສະນັ້ນເພື່ອຊ່ວຍໃຫ້ຜູ້ປະກອບການ ຫຼື ຜູ້ບໍໍລິຫານ ເຂົ້າໃຈ ຄຳວ່າເຫດຜົນ ຫຼື ຕັກກະພ້ຽນໆ ແມ່ນຫຍັງ? ເຮົາຈະຮັບມືກັບຄົນທີ່ມີແນວຄິດ ມີເຫດຜົນທີ່ແປກໆ ແລະ ເຮັດໃຫ້ການເຮັດວຽກມີບັນຫາ ຫຼື ບາງຄັ້ງຕົວຜູ້ບໍລິຫານເອງອາດຈະມີຕັກກະຜິດໆ ພ້ຽນໆ ເຮົາຈະແກ້ບັນຫາແນວໃດ? ເບີ່ງຄິບນີ້ໃຫ້ຈົບ ແລ້ວທ່ານຈະເປັນຜູ້ບໍລິຫານທີ່ມີທັກສະດີຂຶ້ນ.
Published 07/07/21
ໃນສະຖານະການພະຍາດລະບາດ ໂຄວິດ 19 ນີ້ ພາກທຸລະກິດຈະສາມາດເອົາໂຕລອດ ຫຼື ຮັກສາທຸລະກິດໄວ້ໄດ້ແນວໃດ? ມາຮ່ວມຮັບຟັງການເສວະນາຈາກຜູ້ຊ່ຽວຊານ ທັ້ງພາກລັດ ແລະພາກເອກກະຊົນໃນ ສປປ. ລາວ ແລະຜູ້ຊ່ຽວຊານຈາກປະເທດເພື່ອນບ້ານ.
Published 05/30/21
ຄິບສຽງສະແດງການວິເຄາະບົດຮຽນ ຂອງຜູ້ມາຮຽນ 
Published 05/15/21
ການຮຽນ ທີ່ຜູ້ຮຽນຕ້ອງໄດ້ຝຶກຝົນໃນການເຮັດຕົວຈິງ ອາຈານຊ່ວຍໃນການວິເຄາະ ແລະ ໂຄ້ຊໃຫ້ 
Published 05/15/21
ວິເຄາະ ການຕະຫຼາດຂອງເບຍ 2 brand ເປັນກໍລະນີສຶກສາໃນການເຮັດການຕະຫຼາດ ການເລືອກ Customer Persona ຂອງແບຣນ
Published 05/15/21
ການວາງແຜນການສ້າງຄອນເທັນ ສິ່ງທຳອິດທີ່ນັກການຕະຫຼາດຕ້ອງຮູ້ຄື Business model Canvas, Custormer persona ບັນທຶກສຽງການຮຽນການສອນຄອສ ອອນໄລນ໌ ໃນຫົວຂໍ້ ການຂຽນຂັ້ນເທບ
Published 05/15/21
ບົດຮຽນທາງອອນໄລນ໌ ເລື່ອງ Content writing master course ຊົ່ວໂມງທີ່ 2 
Published 05/15/21
ຊົ່ວໂມງທຳອິດໃນການຮຽນການສອນທາງອອນໄລນ໌ ໃນຫລັກສູດ ນັກຂຽນຂັ້ນເທບ
Published 05/15/21
ເພງປະກອບການໂຄສະນາເບຍຊ້າງ ທີ່ໜ້າສົນໃຈ 
Published 05/15/21
ການເວົ້າໃຫ້ຄົນປະທັບໃຈ ແລະເຊື່ອຖື ເປັນທັກສະທີ່ສຳຄັນໃນການສືສານ ແລະສ້າງແຮງຈູງໃຈໃຫ້ຄົນປະຕິບັດຕາມໃນສິ່ງທີ່ທ່ານຕ້ອງການ ແຕ່ການຈະເວົ້າໄດ້ເຂ່ນນີ້ ບໍ່ແມ່ນທຸກຄົນຈະເຮັດໄດ້ ເພື່ອໃຫ້ທ່ານເພີ່ມທັກສະນີ້ ລອງຟັງເຕັກນິກດີໆ ທີ່ອາຈານໜ່ອຍມາເວົ້າໃຫ້ຟັງ ເພື່ອເປັນປະໂຫຍດຕໍ່ທ່ານ ບໍ່ວາຈະເປັນດ້ານທຸລະກິດການຂາຍ ແລະການຕະຫຼາດ ເປັນຕົ້ນ 
Published 09/21/20
Published 09/21/20
ບໍລິສັດ SME  ມັກມີຄຳຖາມວ່າຝ່າຍຂາຍ ກັບ ຝ່າຍການຕະຫຼາດ ຝ່າຍໃດສຳຄັນກວ່າກັນ? ໃນເມື່ອເຮົາມີທີມງານຝ່າຍຂາຍອອກໄປພົບ ແລະ ສ້າງຄວາມສຳພັນກັບລູກຄ້າຢູ່ແລ້ວ ຝ່າຍການຕະຫຼາດຈຳເປັນບໍ່? ທຸລະກິດເຮົາແມ່ທຸລະກິດ B2B ການທີ່ຝ່າຍຂາຍອອກໄປພົບລູກຄ້າຈະບໍ່ງ່າຍກວ່າການຈ້າງນັກການຕະຫຼາດມາເຮັດການຕະຫຼາດບໍ? ແລະຖ້າມີການຕະຫຼາດອອນລາຍແລ້ວ ຝ່າຍຂາຍຈຳເປັນບໍ່? ຟັງເທບນີ້ 7 ນາທີ ມີຄຳຕອບ.
Published 05/10/20
ຫຼາຍອົງກອນເຈີບັນຫາພະນັກງານມັກລາອອກ ຫຼື ຂາດຄວາມເຂ້ມແຂັງ ເອົາໃຈໃສ່ຕໍ່ອົງກອນ ຫຼື ຮັບຜິດຊອບ.  ອາຈານໜ່ອຍເອົາເຄັດລັບດີໆ ມາຝາກ ເພື່ອໃຫ້ຜູ້ປະກອບການສາມາດຮັກສາພະນັກງານໄວ້ໄດ້ ແລະພນັກງານເຂ້ມແຂັງ ຮັກອົງກອນ ແລະຢາກເຮັດວຽກກັບອົງກອນ ລອງຟັງໃຫ້ຈົບ.
Published 05/09/20
ມາຮູ້ຈັກກັບອາຊີບ ແລະວຽກ Data Analyst ວ່າມີຄວາມສຳຄັນຢ່າງໃດຕໍ່ອົງກອນ.
Published 04/23/20