Read ອີ່ຫລີ Podcast Ep:00
Listen now
Description
EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ Readອີ່ຫລີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ Readອີ່ຫລີ EP.00 Read Yourself, Read Others, Read ອີ່ຫລີ ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/_giHB7m4sgsແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
More Episodes
Published 04/01/21
ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ . ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version...
Published 04/01/21
ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ . ແຕ່ສຳລັບທ່ານແລ້ວ...
Published 03/25/21