Episodes
Published 04/01/21
ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ . ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version ດຽວ’ ແຕ່ຄວາມຈິງແລ້ວ ‘ຊີວິດຄົນເຮົາມີຫຼາຍ Version ແລະແຕ່ລະ Version ກໍສາມາດສ້າງຄວາມສຸກໄດ້’ . ຮ່ວມຮຽນຮູ້ແລະວາງແຜນການອອກແບບຊີວິດກັບ Readອີ່ຫຼີ EP.07 | ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້...
Published 04/01/21
ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ . ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ ....
Published 03/25/21
“Home Away From Home” . ບັນທຶກການກ້າວອອກນອກປະເທດຄັ້ງທຳອິດຂອງ “ກັອດ” ນັກເດີນທາງກັບບ້ານມືອາຊີບ ທີ່ບໍ່ເຄີຍຂ້າມຜ່ານ comfort zone ສູ່ເກົາຫຼີໃຕ້ - ປະເທດທີ່ໄປເທື່ອໃດ ໄດ້ຄວາມຊົງຈຳມາໃໝ່ຕະຫຼອດ . ຄົນແປກໜ້າແລະບົດສົນທະນາທີ່ຫຼາກຣົດນຳມາສູ່ຄວາມຊົງຈຳດີໆທີ່ກໍ່ໃຫ້ເກີດຄວາມຜູກພັນ ຈາກສະຖານະນັກທ່ອງທ່ຽວກໍກາຍເປັນຜູ້ຢູ່ອາໄສໃນທີ່ສຸດ . ມາຮ່ວມຊຶມຊັບປະສົບການແປກໃໝ່ຜ່ານການເດີນທາງໄລຍະຍາວທັງ 4 ລະດູ ແລະ ເຮືອນໃໝ່ອີກໜຶ່ງຫຼັງແຫ່ງນີ້
Published 03/11/21
ຈາກນະວະນິຍາຍ ທີ່ນຳສະເໜີຕົວລະຄອນທີ່ເປັນຕົວແທນໃຫ້ແກ່ມະນຸດປ້າມະນຸດລຸງທີ່ເຮົາມັກຈະພົບເຫັນໄດ້ໃນຊີວິດຈິງ - ອູເວ ຊາຍເຖົ້າປາກຮ້າຍ ຂີ້ຫງຸດຫງິດແລະບໍ່ມີຄວາມເປັນມິດ ກັບການເດີນທາງຂອງຊີວິດ ທີ່ມີແຕ່ສີດຳ ແລະ ຂາວ ຊາຍຊື່ອູເວ A man called Ove ນະວະນິຍາຍຂາຍດີ best seller ຈາກສະວີເດັນ ແຕ່ງໂດຍ ຟຣຽດດຣິກ ບັກມັນ (Fredrik Backman) ກັບການນຳສະເໜີອີກໜຶ່ງຕົວຕົນຂອງຄົນຮຸ່ນ Baby Boomer ກັບເປົ້າໝາຍຄືການຂ້າຕົວຕາຍ ມາຮູ້ຈັກ ແລະ ຮ່ວມຮຽນຮູ້ຕົວຕົນທີ່ແທ້ຈິງ ແລະ ມິຕິທີ່ທັບຊ້ອນຢູ່ພາຍໃຕ້ສາກໜ້າຂອງເລື່ອງດັ່ງກ່າວກັບ Readອີ່ຫຼີ EP.4 |...
Published 03/04/21
ຈາກຄວາມສົງໄສທີ່ວ່າ ຈັກກະວານ ໂລກ ແລະ ສິ່ງມີຊີວິດໃນທຸກມື້ນີ້ກຳເນີດຂຶ້ນມາໄດ້ແນວໃດ? . ສຳລັບຕົວມະນຸດເອງມັກຈະຍິນເລື້ອຍໆວ່າ ມະນຸດເປັນສັດປະເສີດ ໃນຂະນະດຽວກັນກໍມີອີກສຽງບອກວ່າມະນຸດກໍບໍ່ຕ່າງຫຍັງລິງປະເພດອື່ນໆໃນທຳມະຊາດ . ມາຮ່ວມຄົ້ນຫາຄຳຕອບກັບ Readອີ່ຫຼີ EP.03 | ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1Youtube: https://youtu.be/5GrVIZlJyzUແອັບ Podcast ຕ່າງໆເຊັ່ນ Apple Podcast,...
Published 02/25/21
ຈາກປຶ້ມທີ່ມີຍອດຂາຍ 2 ລ້ານເຫຼັມທົ່ວໂລກ ຕິດອັນດັບປຶ້ມຂາຍດີເທິງເວັບໄຊ Amazon 37 ອາທິດຕໍ່ກັນ . ການເບິ່ງຊີວິດແບບມຸມກັບມັນດີແທ້ບໍ່? ຫຼື ເປັນພຽງກັນເບິ່ງຊີວິດແລະບັນຕາມຄວາມເປັນຈິງ . ມາຮ່ວມຄົ້ນຄິດ ພ້ອມຄົ້ນຫາຄຳຕອບໄປນຳກັນໄດ້ທີ່ Readອີ່ຫຼີ Ep.02 | ຊີວິດຂ້ອຍ ກະຢ່າແມະ! ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1Youtube: https://youtu.be/Lr4V9JroT5Uແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X...
Published 02/18/21
ປະຕິເສດບໍ່ໄດ້ເລີຍວ່າການອ່ານໜັງສືປະເພດຕ່າງໆບໍ່ວ່າຈະເປັນ non-fiction ຫຼື fiction ຢ່າງວັນນະກຳຫຼືນະວະນິຍາຍໄດ້ຊ່ວຍໃຫ້ເຮົາມີໂອກາດສຶກສາຄວາມເປັນໄປຂອງຈິດໃຈມະນຸດຜ່ານການດຳເນີນເລື່ອງຂອງຊີວິດຕົວລະຄອນໃນຮູບແບບຕ່າງໆ ວິທີການເຮັດວຽກຂອງບົດສຳພາດກັບຈິດໃຈມະນຸດກໍເຊັ່ນດຽວກັນ ການອ່ານບົດສຳພາດເປັນອີກໜຶ່ງວິທີທາງໃນການຮຽນຮູ້ລົດຊາດຂອງຊີວິດທີ່ແຕກຕ່າງແລະຫຼາກຫຼາຍເຊິ່ງຫຼາຍຄົນມັກຈະເບິ່ງຂ້າມ. ຄຳຕອບພຽງສັ້ນໆບາງອັນອາດຈຸດປະກາຍໄຟແຫ່ງຄວາມຫວັງໃຫ້ກັບຜູ້ອ່ານໄດ້ ສະນັ້ນ EP ທຳອິດຂອງລາຍການ ...
Published 02/11/21
EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ Readອີ່ຫລີ...
Published 02/04/21