ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.
Listen now
Description
ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.
More Episodes
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.
Published 04/30/24
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ...
Published 04/30/24