Episodes
ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.
Published 04/25/24
ເນື່ອງໃນໂອກາດງານປີໃໝ່, ວິທຍຸ SBS ພາກພາສາລາວ ໄດ້ໂອ້ລົມແບບກັນເອງກັບຜູ້ອາວຸໂສ ກ່ຍວກັບຄວາມຮູ້ສຶກຂອງປີໃໝ່ລາວໃນ ອອສເຕຣເລັຍ.
Published 04/24/24
ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.
Published 04/24/24
Every week, impassioned Australians take to the streets, raising their voices in protest on important issues. Protesting is not an offence, but protesters sometimes test the limits of the law with extreme and antisocial behaviour. The chance of running into trouble depends on where you’re protesting and how you behave. - ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງສຽງ ໃນການປະທ້ວງ ກ່ຽວກັບປະເດັນຕ່າງໆ. ການປະທ້ວງ ແມ່ນບໍ່ຜິດກົດຫມາຍ ແຕ່ບາງຄັ້ງ ພວກປະທ້ວງ...
Published 04/24/24
ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.
Published 04/09/24
ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
Published 04/09/24
ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.
Published 04/09/24
Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ອາດຈະເປັນວິທີດຽວ ທີ່ຈະຫຼຸດຜ່ອນ ຄວາມເດືອດຮ້ອນທາງດ້ານການເງິນ ໃນບາງກໍລະນີ. ຖ້າທ່ານ...
Published 04/09/24
ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.
Published 04/02/24
Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບໍຣິໂພກ ຕໍ່ຫົວທີ່ສູງສຸດເປັນອັນດັບເກົ້າຂອງໂລກ.
Published 04/02/24
ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.
Published 04/02/24
ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.
Published 04/02/24
Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.
Published 03/26/24
ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd. ທາງຣັຖບານ ອອສເຕຣເລັຍ ຍັງຢືນຢັນວ່າ ທ່ານ Kevin Rudd ຍັງຈະດຳລົງຕຳແໜ່ງຢູ່ ບໍ່ວ່າໃຜຈະໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອຳເມຣິກາກໍຕາມ.
Published 03/21/24
ການວິຈັຍໃຫມ່ກ່ຽວກັບ ການຂາດທີ່ພັກອາສັຍ ຂອງຊາວໜຸ່ມ ສະແດງໃຫ້ເຫັນວ່າ ຫຼາຍຫມື່ນຄົນ ກໍາລັງສແວງຫາການຊ່ວຍເຫຼືອພຽງຢ່າງດຽວ, ແຕ່ຍັງດີ້ນລົນ ທີ່ຈະຊອກຫາການແກ້ໄຂ ຕໍ່ສະຖານະການຂອງເຂົາເຈົ້າ ໃນໄລຍະຍາວ.
Published 03/20/24
When coming across an advertisement for a job that interests you, understanding the subsequent steps is crucial. Preparing the requisite documentation and comprehending the recruiter's expectations will enhance your likelihood of securing that position. - ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ ຈະເພີ່ມຄວາມເປັນໄປໄດ້ຂອງທ່ານ ໃນການໄດ້ຕໍາແຫນ່ງນັ້ນ.
Published 03/19/24
ຜູ້ຂາດທີ່ຢູ່ອາສັຍ ຈະມີຄວາມສ່ຽງຫຼາຍກວ່າຕໍ່ຄວາມຮ້ອນ. ຕອນນີ້ ໃນອອສເຕຣເລັຍ ມີການສ້າງສູນຄວາມເຢັນ ເພື່ອຊ່ອຍບັນເທົາຄວາມຮ້ອນແກ່ ຜູ້ຂາດທີ່ຢູ່ອາສັຍ ແລະຜູ້ອາສັຍຢູ່ໃນ ເຮືອນພັກສັງຄົມ (Social Housing). ມີຄວາມຫວັງວ່າໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.
Published 03/12/24
ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.
Published 03/12/24
ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.
Published 03/12/24
As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month.  - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.
Published 03/11/24
ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.
Published 03/06/24
ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.
Published 03/06/24
In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ....
Published 03/05/24
ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.
Published 03/05/24