ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ
Listen now
Description
ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.
More Episodes
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.
Published 04/30/24
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ...
Published 04/30/24